Jump to Content

ທັງໝົດ Google, ເຮັດວຽກເພື່ອທ່ານ

ເຂົ້າສູ່ລະບົບບັນຊີ Google ຂອງທ່ານ ແລ້ວຮັບປະໂຫຍດສູງສຸດຈາກທັງໝົດການບໍລິການຂອງ Google ທີ່ທ່ານໃຊ້. ບັນຊີຂອງທ່ານຊ່ວຍທ່ານເຮັດໄດ້ຫຼາຍກວ່າໂດຍການປັບແຕ່ງປະສົບການ Google ຂອງທ່ານໃຫ້ເປັນແບບສະເພາະຕົວ ແລະ ໃຫ້ການເຂົ້າເຖິງຂໍ້ມູນສຳຄັນທີ່ສຸດຂອງທ່ານຈາກທຸກບ່ອນໄດ້ຢ່າງງ່າຍດາຍ.

Google-icons

ຊ່ວຍທ່ານ

ເມື່ອທ່ານຢູ່ໃນລະບົບ, ການບໍລິການທັງໝົດຂອງ Google ທີ່ທ່ານໃຊ້ຈະເຮັດວຽກຮ່ວມກັນຢ່າງຄ່ອງຕົວເພື່ອໃຫ້ການຊ່ວຍເຫຼືອໃນໜ້າວຽກແຕ່ລະວັນ ເຊັ່ນ: ການຊິ້ງຂໍ້ມູນ Gmail ຂອງທ່ານກັບ Google ປະຕິທິນ ແລະ Google ແຜນທີ່ຂອງທ່ານເພື່ອໃຫ້ແນ່ໃຈວ່າທ່ານຮູ້ກຳນົດເວລາຂອງທ່ານໄດ້ລ່ວງໜ້າ.

ສ້າງມາສຳລັບທ່ານ

ບໍ່ວ່າທ່ານກຳລັງໃຊ້ອຸປະກອນ ຫຼື ການບໍລິການໃດຂອງ Google, ບັນຊີຂອງທ່ານໃຫ້ທ່ານມີປະສົບການທີ່ກົງກັນທີ່ທ່ານສາມາດປັບແຕ່ງ ແລະ ຈັດການໄດ້ທຸກເວລາ.

ປົກປ້ອງທ່ານ

ບັນຊີ Google ຂອງທ່ານໄດ້ຮັບການປົກປ້ອງຈາກການຮັກສາຄວາມປອດໄພຊັ້ນນຳອຸດສາຫະກຳທີ່ຈະຊ່ວຍກວດຫາ ແລະ ບລັອກອັນຕະລາຍຕ່າງໆໂດຍອັດຕະໂນມັດກ່ອນທີ່ພວກມັນຈະມາເຖິງທ່ານ.

ພ້ອມຊ່ວຍເຫຼືອ

ການບໍລິການ Google, ຈາກ Chrome ໄປຈົນຮອດ YouTube, ຈະໃຊ້ໄດ້ດີຂຶ້ນ ແລະ ຊ່ວຍທ່ານເຮັດໄດ້ຫຼາຍກວ່າເມື່ອທ່ານເຂົ້າສູ່ລະບົບ. ບັນຊີຂອງທ່ານໃຫ້ທ່ານເຂົ້າເຖິງຄຸນສົມບັດທີ່ເປັນປະໂຫຍດຕ່າງໆ ເຊັ່ນ: ການຕື່ມຂໍ້ມູນອັດຕະໂນມັດ, ການແນະນຳທີ່ເປັນແບບສ່ວນຕົວ ແລະ ອື່ນໆອີກຫຼາຍຢ່າງ, ໄດ້ທຸກເວລາໃນທຸກໆອຸປະກອນ.
ຕື່ມຂໍ້ມູນອັດຕະໂນມັດ
ໃຊ້ໄດ້ດີກວ່າສຳລັບທ່ານ
ສືບຕໍ່ເຊື່ອມຕໍ່ໃນທົ່ວອິນເຕີເນັດ

ຕື່ມຂໍ້ມູນອັດຕະໂນມັດ

ບັນຊີ Google ຂອງທ່ານຈະຊ່ວຍທ່ານປະຢັດເວລາໂດຍການຕື່ມຂໍ້ມູນລະຫັດຜ່ານ, ທີ່ຢູ່ ແລະ ລາຍລະອຽດການຈ່າຍເງິນໂດຍອັດຕະໂນມັດ ໂດຍໃຊ້ຂໍ້ມູນທີ່ທ່ານບັນທຶກໄວ້ໃນບັນຊີຂອງທ່ານ.

autofill

ໃຊ້ໄດ້ດີກວ່າສຳລັບທ່ານ

ເມື່ອທ່ານເຂົ້າສູ່ລະບົບບັນຊີ Google ຂອງທ່ານ, ການບໍລິການ Google ທັງໝົດທີ່ທ່ານໃຊ້ຈະເຮັດວຽກຮ່ວມກັນເພື່ອຊ່ວຍທ່ານເຮັດສຳເລັດສິ່ງຕ່າງໆໄດ້ຫຼາຍຂຶ້ນ. ຕົວຢ່າງ: ລະບົບຈະຊິ້ງຂໍ້ມູນການຢືນຢັນຖ້ຽວບິນໃນ Gmail ກັບ Google ປະຕິທິນ ແລະ Google ແຜນທີ່ຂອງທ່ານໂດຍອັດຕະໂນມັດເພື່ອຊ່ວຍທ່ານໄປຮອດສະໜາມບິນໄດ້ທັນເວລາ.

ສືບຕໍ່ເຊື່ອມຕໍ່ໃນທົ່ວອິນເຕີເນັດ

ການເຂົ້າສູ່ລະບົບພຽງເທື່ອດຽວຈະຊ່ວຍໃຫ້ໄດ້ຮັບປະສົບການໃນການນຳໃຊ້ Google ທີ່ລ່ຽນໄຫຼ, ບໍ່ວ່າຈະເປັນການຫຼິ້ນວິດີໂອ YouTube ຕໍ່ຈາກຈຸດທີ່ເບິ່ງຄ້າງໄວ້ໃນອຸປະກອນຕ່າງໆ, ໄປຈົນເຖິງການມີລາຍຊື່ຜູ້ຕິດຕໍ່ ແລະ ແອັບທີ່ມັກຈາກ Play Store ທີ່ພ້ອມໃຫ້ເຂົ້າເຖິງໄດ້ຢ່າງງ່າຍດາຍ. ນອກຈາກນີ້, ບັນຊີ Google ຂອງທ່ານຍັງຊ່ວຍໃຫ້ທ່ານ ເຂົ້າສູ່ລະບົບແອັບພາກສ່ວນທີສາມ ໄດ້ຢ່າງວ່ອງໄວ ແລະ ປອດໄພນຳ ດັ່ງນັ້ນທ່ານຈຶ່ງໃຊ້ຄ່າກຳນົດຂອງ Google ໄດ້ເຖິງແມ່ນວ່າຢູ່ໃນບໍລິການພາກສ່ວນທີສາມ.

Stay connected

ສະເພາະທ່ານເທົ່ານັ້ນ

ບັນຊີ Google ຂອງທ່ານເຮັດໃຫ້ທຸກໆການບໍລິການທີ່ທ່ານໃຊ້ເປັນແບບຂອງທ່ານ. ພຽງແຕ່ເຂົ້າສູ່ລະບົບບັນຊີເພື່ອເຂົ້າເຖິງການຕັ້ງຄ່າ, ຄວາມເປັນສ່ວນຕົວ ແລະ ການຄວບຄຸມການປັບແຕ່ງເປັນແບບສ່ວນຕົວຈາກອຸປະກອນໃດໆກໍໄດ້.
ການເຂົ້າເຖິງທັນທີ
ການຄວບຄຸມຄວາມເປັນສ່ວນຕົວ
ບ່ອນປອດໄພສຳລັບຂໍ້ມູນຂອງທ່ານ

ການເຂົ້າເຖິງທັນທີ

ທ່ານສາມາດເຂົ້າເຖິງຂໍ້ມູນ ແລະ ການຕັ້ງຄ່າຂອງທ່ານໄດ້ໂດຍການແຕະຄັ້ງດຽວ. ພຽງແຕ່ແຕະຮູບໂປຣໄຟລ໌ຂອງທ່ານ ແລ້ວໄປຕາມລິ້ງໄປຫາ “ຈັດການບັນຊີ Google ຂອງທ່ານ”. ຈາກຮູບໂປຣໄຟລ໌ຂອງທ່ານ, ທ່ານຍັງສາມາດເຂົ້າສູ່ລະບົບ, ອອກຈາກລະບົບ ຫຼື ເປີດໂໝດໂໝດບໍ່ເປິດເຜີຍຕົວຕົນໄດ້ຢ່າງງ່າຍດາຍນຳ.

Instant access

ການຄວບຄຸມຄວາມເປັນສ່ວນຕົວ

ເມື່ອເວົ້າເຖິງຄວາມເປັນສ່ວນຕົວແລ້ວ, ພວກເຮົາຮູ້ດີວ່າບໍ່ມີສູດສຳເລັດຮູບທີ່ໃຊ້ໄດ້ກັບທຸກຢ່າງ. ນັ້ນແມ່ນຍ້ອນຫຍັງທຸກໆບັນຊີ Google ຈິ່ງມາພ້ອມກັບການຄວບຄຸມ ແລະ ເຄື່ອງມືທີ່ໃຊ້ງ່າຍ ເຊັ່ນ: ການກວດກາຄວາມເປັນສ່ວນຕົວ ເພື່ອໃຫ້ທ່ານສາມາດເລືອກການຕັ້ງຄ່າຄວາມເປັນສ່ວນຕົວທີ່ເໝາະສົມສຳລັບທ່ານໄດ້. ນອກນັ້ນທ່ານສາມາດຄວບຄຸມວ່າຈະບັນທຶກຂໍ້ມູນໃດໄວ້ໃນບັນຊີຂອງທ່ານໄດ້ດ້ວຍການຄວບຄຸມເປີດ/ປິດທີ່ໃຊ້ງ່າຍໆ ແລະ ລຶບຂໍ້ມູນຂອງທ່ານຕາມວັນທີ, ຜະລິດຕະພັນ ແລະ ຫົວຂໍ້ໄດ້.

Privacy Control

ບ່ອນປອດໄພສຳລັບຂໍ້ມູນຂອງທ່ານ

ບັນຊີ Google ຂອງທ່ານໃຫ້ສະຖານທີ່ຮວມສູນທີ່ປອດໄພເພື່ອເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານ ເຊັ່ນ: ບັດເຄຣດິດ, ລະຫັດຜ່ານ ແລະ ລາຍຊື່ຜູ້ຕິດຕໍ່, ເພື່ອໃຫ້ມັນພ້ອມໃຫ້ທ່ານນຳໃຊ້ໃນທົ່ວອິນເຕີເນັດເມື່ອທ່ານຕ້ອງການມັນ.

safe place

ຮັກສາຂໍ້ມູນຂອງທ່ານໃຫ້ເປັນສ່ວນຕົວ ແລະ ປອດໄພ

ການປົກປ້ອງຂໍ້ມູນທັງໝົດໃນບັນຊີ Google ຂອງທ່ານເປັນສິ່ງສຳຄັນທີ່ສຸດສະເໝີ. ນັ້ນແມ່ນເຫດຜົນທີ່ພວກເຮົາສ້າງການປົກປ້ອງ ແລະ ເຄື່ອງມືທີ່ມີປະສິດທິພາບ ເຊັ່ນ: ການກວດກາຄວາມປອດໄພ ແລະ ຕົວຈັດການລະຫັດຜ່ານ Google ໃນທຸກບັນຊີ.
ຄວາມປອດໄພໃນຕົວ
ການກວດກາຄວາມປອດໄພ
ຕົວຈັດການລະຫັດຜ່ານ Google

ຄວາມປອດໄພໃນຕົວ

ບັນຊີ Google ຂອງທ່ານຈະປົກປ້ອງຂໍ້ມູນສ່ວນຕົວຂອງທ່ານໂດຍອັດຕະໂນມັດ ແລະ ຮັກສາໃຫ້ມັນເປັນສ່ວນຕົວ ແລະ ປອດໄພ. ທຸກໆບັນຊີມາພ້ອມກັບຄຸນສົມບັດທີ່ມີປະສິດທິພາບ ເຊັ່ນ: ຕົວກັ່ນຕອງສະແປມທີ່ບລັອກອີເມວອັນຕະລາຍໄດ້ເຖິງ 99.9% ກ່ອນທີ່ພວກມັນຈະຮອດທ່ານ ແລະ ການແຈ້ງເຕືອນຄວາມປອດໄພທີ່ປັບແຕ່ງເປັນແບບສ່ວນຕົວທີ່ແຈ້ງເຕືອນທ່ານກ່ຽວກັບການເຄື່ອນໄຫວອັນທີ່ໜ້າສົງໄສ ແລະ ເວັບໄຊອັນຕະລາຍ.

Built-in security

ການກວດກາຄວາມປອດໄພ

ອຸປະກອນທີ່ງ່າຍດາຍນີ້ໃຫ້ການແນະນຳທີ່ເປັນແບບສ່ວນຕົວແກ່ທ່ານເພື່ອຊ່ວຍຮັກສາໃຫ້ບັນຊີຂອງທ່ານປອດໄພ.

Security checkup

ຕົວຈັດການລະຫັດຜ່ານ Google

ບັນຊີ Google ຂອງທ່ານມາພ້ອມກັບຕົວຈັດການລະຫັດຜ່ານໃນຕົວທີ່ບັນທຶກລະຫັດຜ່ານຂອງທ່ານໄວ້ໃນບ່ອນສູນກາງໄດ້ຢ່າງປອດໄພທີ່ມີແຕ່ທ່ານເທົ່ານັ້ນສາມາດເຂົ້າເຖິງໄດ້.

Google password manager

Google ຂອງທ່ານເລີ່ມຢູ່ບ່ອນນີ້