Jump to content

ເຟຊບຸກ

ຈາກ ວິກິພີເດຍ
The printable version is no longer supported and may have rendering errors. Please update your browser bookmarks and please use the default browser print function instead.

ເຟຊບຸກ ຫຼື ເຟດບຸກ (ອັງກິດ: Facebook) ແມ່ນບໍລິການເຄືອຂ່າຍສັງຄົມແລະເວັບໄຊ. ເປີດໃຊ້ການເມື່ອ 4 ກຸມພາ ຄ.ສ. 2004. ດຳເນີນການແລະມີເຈົ້າຂອງແມ່ນ ບໍລິສັດ ເຟດບຸກ ຈາກຂໍ້ມູນເດືອນມັງກອນ ຄ.ສ. 2010. ເຟດບຸກມີຜູ້ໃຊ້ປະຈຳ 500 ລ້ານບັນຊີ. ຜູ້ໃຊ້ສາມາດສ້າງຂໍ້ມູນສ່ວນໂຕ. ເພີ່ມລາຍຊື່ຜູ້ໃຊ້ອື່ນໃນຖານະໝູ່ແລະແລກປ່ຽນຂໍ້ຄວາມ. ລວມເຖິງໄດ້ຮັບແຈ້ງໂດຍທັນທີເມື່ອພວກເຂົາເຈົ້າປັບປຸງຂໍ້ມູນສ່ວນໂຕ. ນອກຈາກນັ້ນຜູ້ໃຊ້ຍັງສາມາດຮ່ວມກຸ່ມຄວາມສົນໃຈສ່ວນໂຕ ຈັດລະບົບຕາມບ່ອນເຮັດວຽກ ໂຮງຮຽນ ມະຫາວິທະຍາໄລ ຫຼື ອື່ນ ໆ. ຊື່ຂອງເຟດບຸກແມ່ນມາຈາກຊື່ເອີ້ນຄຳປາກຂອງປຶ້ມທີ່ໃຫ້ກັບນັກຮຽນເມື່ອເລີ່ມຕົ້ນຮຽນໃນສະຖາບັນອຸດົມສຶກສາ ອັນມອບໃຫ້ໂດນຄະນະບໍລິຫານມະຫາວິທະຍາໄລໃນສະຫະລັດອເມລິກາ ເພື່ອຊ່ອຍໃຫ້ນັກຮຽນສາມາດຮູ້ຈັກຜູ້ອື່ນໄດ້ດີຫຼາຍຂຶ້ນ.ເຟດບຸກອະນຸຍາດໃຫ້ໃຜກໍ່ໄດ້ເຂົ້າສະມັກລົງທະບຽນນຳເຟດບຸກ, ໂດຍຕ້ອງມີອາຍຸຫຼາຍກວ່າ 13 ປີຂຶ້ນໄປ.

ເຟດບຸກກໍ່ຕັ້ງຂຶ້ນໂດຍ ມາຣ໌ກ ຊັກເຄີຣ໌ເບີຣ໌ກ. ຮ່ວມນຳໝູ່ຮ່ວມຫ້ອງໃນວິທະຍາໄລຂອງເຂົາເຈົ້າແລະເປັນນັກຮຽນວິທະຍາສາດຄອມພິວເຕີຜູ້ຊື່ ເອັດວາຣ໌ໂດ ຊາເວຣິນ, ດິສຕິນ ມອສໂຄວິຕຊ໌ ແລະຄຣິສ ອິວສ໌. ແຕ່ເກົ່າສະມາຊິກຂອງເວັບໄຊຈະຈຳກັດສະເພາະກຸ່ມຜູ້ກໍ່ຕັ້ງແລະນັກຮຽນມະຫາວິທະຍາໄລຮາເວີຣ໌ດ. ແຕ່ຕໍ່ມາຂະຫຍັບຂະຫຍາຍໄປສູ່ມະຫາວິທະຍາໄລອື່ນໃນແຖບບອສຕັ້ນ, ກຸ່ມໄອວີ້ລີກ, ແລະມະຫາວິທະຍາໄລສະແຕນຟອຣ໌ດ ແລ້ວຄ່ອຍ ໆ ເພີ່ມນັກຮຽນຈາກມະຫາວິທະຍາໄລອື່ນ ຈນເປີດໃຫ້ກັບນັກຮຽນຊັ້ນໄຮສະຄູລ ຈົນໃນທີ່ສຸດທຸກຄົນກໍ່ສາມາດເຂົ້າສະມັກໄດ້ໂດຍອາຍຸຫຼາຍກວ່າ 13 ປີຂຶ້ນໄປ.